ເອົາຄືນ
ເອົາຄືນແມ່ນເລື້ອງຕະຫຼົກກ່ຽວກັບເດົກນ້ອຍທີ່ມັນເວ້າວ່າປູ່ຂອງມັນອາຍຸ100ປີໄດ້ບໍ່ຫັ່ນຫລະ ລຸງຈະເອາຄືນ
ເລື້ອງແກ້ໄຂ
ມື້ໝຶ່ງເກືອບໝົດມື້ ລຸງກໍ ຍ້າຍເຄື່ອງ ຍ້າຍຂອງ ມາສູ່ເຮືອນໃໝ່ ເຄຶ່ອງຂອງກອງ ຊະຊາຍໄປທົ່ວເຮືອນ ... ບໍ່ຮູ້ວ່າ ຈັກອັນນັ້ນຢູ່ໃສ ອັນນີ້ຢູ່ໃສ ເພາະຍັງບໍ່ ທັນຈັດແຈງໃຫ້ເປັບຣະບຽບເທື່ອ ດວ້ຍຄວາມເມື່ອຍ ລຸງຈຶ່ງມານັ່ງຜັກຜອ່ນ ຫາຍໃຈ ເຂົ້າອອກຢູ່ .... ພໍດີມີເດັກນອ້ຍສອງຄົນນັ້ນຫລະ ຍ່າງກາຍມາ ແລ້ວທັກທາຍ ລຸງວ່າ
- ເດັກນອ້ຍ:: " ລຸງ ເຈົ້າຫາກໍຍ້າຍມາບໍ? ຄືຊີເມືອ່ຍ ເນາະ?
- ລຸງຂີ້ເມົາ:: "ເອີ...! ເມື່ອຍ .. ສູໄປຊອກກວດເຫຼົ້າໃຫ້ລຸງແດ່ ຢູ່ໃນເຮືອນ ຫັ້ນລະ....!ຈັກລຸງເອົາໄວ້ໃສບໍ່ຮູ້ ເຄືອງຂອງຫຼາຍໂພດ...
ເດັກນອ້ຍສອງຄົນ ຫຼຽວເຂົ້າໄປໃນເຮືອນເຫັນເຄື່ອງຂອງກອງ ໄປທັ່ວເຮືອນ ເກີອບຄຸງເພດານ ກໍເລີຍຖອຍຫຼັງຄືນ ສອງສາມ ກ້າວ.....
- ລຸງກໍເລີຍເວົ້າວ່າ ...." ໄປແມ ລຸງຈະເອົາເງິນໃຫ້ຄົນລະ 200 ບາດ ....ຄັນຊອກໄດ້ ລຸງເມື່ອຍຫຼາຍ
ເດັກນອ້ຍໄດ້ຍິນດັ່ງນັ້ນ ກໍເລ່ງໄປຊອກຢ່າງໄວວາ...ປະມານ ເຄິ່ງຊົ່ວໂມງ ເດັກນອ້ຍ ກໍແລ່ນອອກມາພອ້ມກວດເຫຼົ້າ ດວ້ຍຄວາມພູມໃຈ
- ເດັກນອ້ຍ::: " ເອົາລຸງ ເຫັນແລ້ວ....! "
ດວ້ຍຄວາມເມື່ອຍລຸງນໍກໍໄຂກວດ ກຶກເອົາ ສອງສາມກືນ ແລ້ວກໍນັ່ງເສີຍຢູ່ .... ດົນເຕີບ
- ເດັກນອ້ຍ:: " ລຸງ...! ຢູ່ໃສເງີນ ..! ຄ່າຈ້າງ ພວກຂອ້ຍຫັ້ນນາ .?"
ລຸງກໍກຶກເຫຼົ້າເຂົ້າໄປອີກ ກືນນື່ງແລ້ວຕອບວ່າ
- ລຸງຂີ້ເມົາ::" ໂອ່.....! ບາດນີ້ໃຫ້ສູກັບໄປໃນເຮືອນ .. ໄປຊອກຫາເງິນໃຫ້ລຸງແດ່ ບໍ່ຮູ້ວ່າ ຢູ່ບອ່ນໃດ ຖ້າເຫັນແລ້ວລຸງ ຈະເອົາໃຫ້....
- ເດົກນ້ອຍ::" ???????? "